A+EdULAcademy

ເອພຼັສເອດູລาແຄະເດີມີ

Teach For Future_ສອນເພື່ອອະນາຄົົດ


ສອນດີ ສອນເກັ່ງ ສອນມ່ວນ

ຍິນດີຕ້ອນຮັບ ສູ່ສູນການສຶກສາ ເອພຼັສອີດູລາແຄະເດີມີ (A+EdULacademy). ພວກເຮົາເປັນສູນທີ່ສອນເນັ້້ນ ພາສາອັງກິດ ແລະ ໄອຊີທີ ຢ່າງມີຄຸນນະພາບ, ປະສິດທິພາບ ແລະ ມ່ວນຊື່ນ ໃຫ້ ນັກຮຽນນັກສຶກສາລາວ ໂດຍສະເພາະໃນຫຼວງພະບາງ ສປປລາວ.

ວັດຖຸປະສົງຂອງພວກເຮົາແມ່ນ: ຈະນຳເອົາຄວາມຮູ້ດ້ານພາສາຕ່າງປະເທດ ແລະ ໄອຊີທີໃນຍຸກ4.0 ເພື່ອມາຮັບໃຊ້ສັງຄົມເພື່ອໃຫ້ນັກຮຽນລາວເຮົາສາມາດທຽບກັບພາກພື້ນ ແລະ ສາກົນໄດ້.

ພວກເຮົາມີຫຼັກສູດພາສາອັງກິດ 4 ຫຼັກສູດ ຫຼື 4 ລະດັບ ເຊັ່ນ: ຫຼັກສູດເລີ່ມຕົ້ນ, ພື້ນຖານ, ກາງ ແລະ ສູງ. ພວກເຮົາພະຍາຍາມ ແລະ ຄັດເລືອກຫຼັກສູດຢ່າງລະອຽດອ່ອນ ເພື່ອເຂົ້າໃນການຮຽນ-ການສອນ. ໃນນັ້ນເຮົາໄດ້ເລືອກປື້ມຕຳລາຊັ້ນນຳດ້ານພາສາອັງກິດຂອງໂລກມາສອນ. ທາງນີ້, ກໍ່ເພື່ອໃຫ້ມີຄວາມໝັ້ນໃຈ ໃນການສື່ສານພາສາອັງກິດເຊັ່ນ: ການເວົ້າ(ນຳສະເໜີງານ), ການອ່ານ, ຂຽນ ແລະ ຟັງ.

ພວກເຮົາຍັງມີບໍລິການສອນຄອມພິວເຕີໃຫ້ນັກຮຽນໃນຫຼາກຫຼາຍຫຼັກສູດ ເຊັ່ນ: Microsoft Office, Gmail, Google, Typing, Photoshop, Corel Draw & AutoCAD

ບັນດາອາຈານສອນພວກເຮົາ: ທຸກຄົນເປັນຄົນລາວແຕ່ທກຄົນຈົບຈາກຕ່າງປະເທດໂດຍສະເພາະປະເທດທີ່ເວົ້າພາສາທີ່ອາຈານສອນ, ສະນັ້ນພວກເຮົາສອນແບບສະບາຍສະບາຍ ແລະ ໝັ້ນໃຈແບບເຈົ້າຂອງພາສາເລີຍ.

ນອກຈາກນີ້ ພວກເຮົາຍັງເປັນສ່ວນໜຶ່ງຂອງການນຳເອົາຄວາມຮູ້ຄູ່ຊີສິດມາໃຫ້ທ່ານເພື່ອເປັນເຄື່ອງມືໜຶ່ງເພື່ອຊ່ວຍປັບປຸ່ງທັກສະຊີວິດຂອງທ່ານໃຫ້ດີຂື້ນ.

ພວກເຮົາຍັງເປີດບໍລິການຮັບໃຊ້ສັງຄົມ (ບໍລິການນອກໂມງ ບໍລິການດີ ຄຸນນະພາບ ແລະ ວ່ອງໄວທັນໃຈ)ໃຫ້ແກ່ທ່ານ ເຊັ່ນ: ພິມ ແລະ ອັດ ເອກະສານຕ່າງໆ, ອອກແບບນາມບັດ, ປ້າຍໂຄສະນາຕ່າງໆ, ບັດເຊີນ, ບັດເລົ່າບຸນ, ບໍລິການແປພາສາອັງກິດເປັນ - ລາວ, ຈີນ-ລາວ, ເກົາຫຼີ-ລາວ ແລະ ຫຽວດນາມ-ລາວ.

ທ້າຍນີ້, ພວກເຮົາຫວັງວ່າຈະໄດ້ຮັບຄຳຕຳໜິຕິຊົມດ້ານບວກຈາກທູກທ່ານເພື່ອ ນຳໄປປັບປຸງ ສູນພວກເຮົາ ເພື່ອທີ່ຈະນຳເອົາຄວາມຮູ້ດີເລີດ, ໜ້າເຊື່ອຖື ແລະ ທັກສະທີ່ມີປະສິດທິພາບໃຫ້ນັກຮຽນນັກສຶກສາໃນສູນ. ກຸລະນາຕິດຕາມຄວາມກ້າວໜ້າ ແລະ ຫຼັກສູດທີ່ມີການອັບເດດເປັນໄລຍະຈາກເວັບໄຊ ແລະ ໜ້າເຟສຂອງພວກເຮົາ.
ຂໍໃຫ້ທຸກທ່ານຈົ່ງມີຄວາມສຸກ.

ເອພຼັສອີດູລາແຄະເດີມີທີມ,


ພາສາຊ່ວຍໃຫ້ອະນາຄົດທ່ານດີກວ່າ ຊ່ວຍໃຫ້ໂລກຂອງທ່ານກວ້າງກວ່າ

Starter Course ຫຼັກສູດເລີ່ມຕົ້ນ(ສອນໂດຍອາຈານຈົບຕ່າງປະເທດ)

Starter Course ຫຼັກສູດເລີ່ມຕົ້ນ(ສອນໂດຍອາຈານຈົບຕ່າງປະເທດ)

The starter program is designed for primary students. ຫຼັກສູດເລີ່ມຕົ້ນນີ້ອອກແບບມາພັດທະນາພາສາອັງກິດຂັ້ນເລີ່ມຕົ້ນໃຫ້ນັກຮຽນປະຖົມສຶກສາ.

อ่านเพิ่มเติม
The Elementary Course ຫຼັກສູດພື້ນຖານ  (ສອນໂດຍອາຈາຈົບຕ່າງປະເທດ)

The Elementary Course ຫຼັກສູດພື້ນຖານ (ສອນໂດຍອາຈາຈົບຕ່າງປະເທດ)

This program is designed for students with basic skills of English. ຫຼັກສູດນີ້ອອກແບບມາສຳລັບນັກຮຽນທີ່ມີພື້ນຖານພາສາອັງກິດມາກ່ອນແລ້ວ.

อ่านเพิ่มเติม
The Intermediate Course ຫຼັກສູດລະດັບກາງ (ສອນໂດຍ ອາຈານ ຈົບຕ່າງປະເທດ)

The Intermediate Course ຫຼັກສູດລະດັບກາງ (ສອນໂດຍ ອາຈານ ຈົບຕ່າງປະເທດ)

This program is for students by whom with knowledge of English but still unconfident in communication ເໝາະສຳລັບນັກຮຽນທີ່ມີຄວາມຄວາມພາສາອັງກິດທີ່ຂ້ອນຂ້າງດີແລ້ວ ແຕ່ຍັງຂາດຄວາມໝັ້ນໃຈໃນການສື່ສານຕ່າງໆ.

อ่านเพิ่มเติม
The Advanced Course ຫຼັກສູດລະດັບສູງ(ສອນໂດຍອານຈານ ຈົບຕ່າງປະເທດ)

The Advanced Course ຫຼັກສູດລະດັບສູງ(ສອນໂດຍອານຈານ ຈົບຕ່າງປະເທດ)

The program is designed to boost the knowledge and skills of clear and confident in English communication ຫຼັກສູດນີ້ອອກແບບມາເພື່ອພັດທະນາ ຄວາມໝັ້ນໃຈ ແລະ ທັກສະໃນການສື່ສານພາສາອັງກິດ.

อ่านเพิ่มเติม
The Special English Course  ຫຼັກສູດພິເສດ(ສອນໂດຍອາຈານທີ່ເຄີຍໄປທຶນມາກ່ອນ)

The Special English Course ຫຼັກສູດພິເສດ(ສອນໂດຍອາຈານທີ່ເຄີຍໄປທຶນມາກ່ອນ)

The Special English Program is designed by the center to improve students knowledge of Rural Development and Scholarships/international training opportunity. ຫຼັກສູດພິເສດນີ້ອອກແບບມາເພື່ອພັດທະນາທັກສະພາສາອັງກິດກ່ຽວກັບການເຮັດວຽກພັດທະນາຊຸມຊົນ ແລະ ການສະໝັກທຶນການຮຽນ ຫຼື ທຶນເຝິກອົບຮົມສາກົນຕ່າງໆ.

อ่านเพิ่มเติม
ພາສາຈີນພື້ນຖານ (ສອນໂດຍອາຈານຈົບຕ່າງປະເທດ)

ພາສາຈີນພື້ນຖານ (ສອນໂດຍອາຈານຈົບຕ່າງປະເທດ)

ມາຮຽນພາສາຈີນພື້ນຖານນຳອາຈານຄົນລາວທີ່ຈົບຈາກປະເທດຈີນ

อ่านเพิ่มเติม
ພາສາເກົາຫຼີພື້ນຖານ7(ສອນໂດຍອາຈານຈົບຈາກຕ່າງປະເທດ)

ພາສາເກົາຫຼີພື້ນຖານ7(ສອນໂດຍອາຈານຈົບຈາກຕ່າງປະເທດ)

ຮຽນພາສາເກົາຫຼີ, ໄປທ່ຽວ ແລະ ເຮັດວຽກກັບເກົາຫຼີນຳກັນເນາະ

อ่านเพิ่มเติม

ໂລກຄອມພິວເຕີ-ໂລກຂອງທ່ານ ຮຽນມື້ວານ - ທັນໂລກມື້ນີ້

Microsoft Office 2016 + Google Tools

Microsoft Office 2016 + Google Tools

ສຳລັບງານເອກະສານ, ຄິດໄລ່ເລກ, ນຳສະເໜີ, ອອກແບບເອກະສານຕ່າງໆ, ພິມດິດ10ນີ້ວ, ສ້າງອີເມລ ແລະ ນຳໃຊ້ລະບົບ google drive ເພື່ອແຊຣ ແລະ ຮັບຂໍ້ມູນ.

อ่านเพิ่มเติม
Photoshop CSູ6 +Illustrator (ອາຈານສອນມີປະສົບການ)

Photoshop CSູ6 +Illustrator (ອາຈານສອນມີປະສົບການ)

ຮຽນຕັດຕໍ່ ແລະ ຕົບແຕ່ງຮູບພາບ, ອອກແບບງານໂຄສະນາທົ່ວໄປຢ່າງມືອາຊີບ.

อ่านเพิ่มเติม
Coral Draw (ອາຈານສອນມີປະສົບການ)

Coral Draw (ອາຈານສອນມີປະສົບການ)

ຫຼັກສູດຕົບແຕ່ງ ແລະ ອອກແບບງານໂຄສະນາຕ່າງໆ ເຊັ່ນ: ປ້າຍໂຄສະນາ, ໄວນີວສ, ໂລໂກ ແລະ ເມນູ ຫຼື ໃບບີນຕ່າງໆ

อ่านเพิ่มเติม
AutoCAD + 3DMAX  (ອາຈານສອນມີປະສົບການສູງ)

AutoCAD + 3DMAX (ອາຈານສອນມີປະສົບການສູງ)

ຫຼັກສູດອອກແບບໂຄງສ້າງອາຄານແບບ 2ດີ ແລະ 3ດີ ພ້ອມຄິດໄລ່ມຸນຄ່າກໍ່ສ້າງ

อ่านเพิ่มเติม
Premier Pro + Vegas Pro + After Effect

Premier Pro + Vegas Pro + After Effect

ໂປຣແກມສຳລັບຕັດຕໍ່ວິດີໂອແບບມີອາຊີບ

อ่านเพิ่มเติม

ບໍລິການດີ ຄຸນນະພາບ ວ່ອງໄວ

ຮັບຕີພີມເອກະສານຕ່າງໆ

ຮັບຕີພີມເອກະສານຕ່າງໆ

ຮັບຕີພິມເອກະສານທຸກປະເພດ ເຊັ່ນ: ໜັງສືສະເໜີ, ບົດລາຍງານ, ບົດນິພົນ, ບົດເລື່ອງສັ້ນ-ຍາວ, ແລະ ບົດຕ່າງໆ (ພາສາລາວ ແລະ ອັງກິດ)

อ่านเพิ่มเติม
ສ້າງບົດສະໄລຕ່າງໆ

ສ້າງບົດສະໄລຕ່າງໆ

ຮັບສ້າງບົດນຳສະເໜີ ຫຼື ສະໄລຕ່າງໆທີ່ຕ້ອງການ

อ่านเพิ่มเติม
ແປເອກະສານທົ່ວໄປ

ແປເອກະສານທົ່ວໄປ

ຮັບແປເອກະສານອັງກິດ-ລາວ-ມົ້ງ, ພາສາຈີນ - ລາວ , ພາສາເກົາຫຼີ - ລາວ

อ่านเพิ่มเติม
ກັອບປີ່ ແລະ ປຣີນ ເອກະສານທຸກປະເພດ

ກັອບປີ່ ແລະ ປຣີນ ເອກະສານທຸກປະເພດ

ຮັບກັອບປີ່ ແລະ ປຣີນ ເອກະສານທຸກປະເພດ ເປັນສີ ຫຼື ຂາວ-ດຳ

อ่านเพิ่มเติม
ບໍລິການຄອມໃຫ້ຫຼີ້ນ

ບໍລິການຄອມໃຫ້ຫຼີ້ນ

ເຮົາມີຄອມໃຫ້ນັກຮຽນໄດ້ມາຕີພິມເອກະສານ

อ่านเพิ่มเติม
ບົງມະຕິ ແລະ ສ້ອມແປງຄອມພິວເຕີ

ບົງມະຕິ ແລະ ສ້ອມແປງຄອມພິວເຕີ

ພວກເຮົາສາມາດຊ່ວຍທ່ານໃນການບົງມະຕິຄອມ ແລະ ສ້ອມແປງໄດ້

อ่านเพิ่มเติม
ຮັບເຮັດບັດເຊີນ ແລະ ບັດເລົ່າບຸນ

ຮັບເຮັດບັດເຊີນ ແລະ ບັດເລົ່າບຸນ

ບໍລິການພິມບັດເຊີນ ແລະ ບັດເລົ່າບຸນຕ່າງໆລາຄາເປັນກັນເອງ

อ่านเพิ่มเติม
ອອກແບບໂຄະສານ

ອອກແບບໂຄະສານ

ຮັບອອກແບບປ້າຍໂຄສະນາ, ແຜ່ນພັບ, ໄວນີວສ, ເມນູອາຫານ, ໂລໂກຕ່າງໆ

อ่านเพิ่มเติม
ຮັບຍິງໂຄສະນາທາງ Facebook

ຮັບຍິງໂຄສະນາທາງ Facebook

ບໍລິການຮັບຍິງໂຄສະນາທາງ Facebook ບໍ່ວ່າເປັນ ໂພສ, ເພັດສ, ຮູບພາບ ແລະ ວິດີີໂອໃຫ້ສິນຄ້າທ່ານໄປຮອດລູກຄ້າ

อ่านเพิ่มเติม

ຄວາມຮູ້ຄູ່ຊີວິດ ປ່ຽນວິທີຄິດ-ຊີວິດປ່ຽນ

10 ວິທີຄິດເພື່ອປ່ຽນຊີວິດທ່ານດີຂື້ນ

ຍ້ອນຫຍັງຊີວິດມີແຕ່ລົງກັບລົງ, ຊວງນີ້ບໍ່ເຮັດບຸນບໍ່ຂື້ນ? ຍ້ອນສີ່ງນີ້ຍັງເກັບໄວ້ໃນໃຈເຮົາບໍ?

อ่านเพิ่มเติม  
ເປັນຫຍັງຕ້ອງມີເວັບໄຊ?

10 ເຫດຜົນທີ່ທຸລະກິດຕ້ອງມີເວັບໄຊຈຶ່ງປະສົບຜົນສຳເລັດໄດ້.

อ่านเพิ่มเติม  
ຫຼັກສູດອອນລາຍທີ່ທ່ານສາມາດພັດທະນາຕົນເອງ

ຄອມອອນລາຍທີ່ມາແຮງໃນຕອນນີ້ ແລະ ຄອສດັ່ງກ່າວສາມາດເປັນຕົວເຍືອງທາງໃຫ້ຊີວິດທ່ານດີກວ່າ

อ่านเพิ่มเติม  
ສ້າງເວັບໄຊງາມໆດ້ວຍ ໄຊ123

ສ້າງເວັບໄຊງ່າຍໃນເວັບດຽວກັນ(ຈົບ) ທ່ານສາມາດແອັດຫຼາກຫຼາຍຈຸດປະສົງໄວ້ໃນເວັບຂອງທ່ານ.

อ่านเพิ่มเติม  
ສ້າງເວັບໄຊງ່າຍໆດ້ວຍຕົວເອງ

ຢາກມີເວັບໄຊເປັນຂອງຕົນເອງ, ຢາກໃຫ້ໂລກຮູ້ຜະລິດຕະພັນຂອງທ່ານ ເວັບໄຊຊ່ວຍທ່ານໄດ້

อ่านเพิ่มเติม  
ຢາກຮຽນເກັ່ງຕ້ອງເຮັດແນວໃດ?

ຢາກຮຽນເກັ່ງ, ອ່ານເລີຍ ກົດເຫຼັກເຮັດໃຫ້ທ່ານຮຽນເກັ່ງ

อ่านเพิ่มเติม  
ປື້ມຂາຍດີປະຈຳປີ

ປື້ມຂາຍດີ ອ່ານແລ້ວຊີວິດປ່ຽນ ຫາໄດ້ໃນເວັບນີ້

อ่านเพิ่มเติม  
Affiliate Marketing ແມ່ນຫຍັງ?

ຢາກສ້າງລາຍໄດ້ຜ່ານ ອາຟີເລດມາກເກດຕິງບໍ?

อ่านเพิ่มเติม  
ຫຼີ້ນ YouTube ແນວໃດຈຶ່ງໄດ້ເງິນ

ການເບີ່ງໜັງ-ຟັງເພງໃນ ຢູທູບເຮັດໃຫ້ເຈົ້າເສຍເວລາ ແລະ ເສຍເງິນ. ເປັນຫັຍງບໍ່ສ້າງເງິນໄປພ້ອມກັນເວລາ ແລະ ເງິນທີ່ເສຍໄປ?

อ่านเพิ่มเติม  

ນັກຮຽນເວົ້າແນວໃດໃຫ້ພວກເຮົາ?

 ສູນພາສາເປັນ 1 ໃນສູນທີ່ສອນເນັ້ນຄຸນນະພາບ ແລະ ການບໍລິການທີ່ດີເລີດ 

ນາງ ນິ່ນ່າ ສົມຫວັງ
ນັກຮຽນຄອມ MSO
     

 ຂ້ອຍມັກຮຽນພາສາອັງກິດນຳ ເອພຼັສ ຫຼາຍເພາະວ່າ ຄູສອນດີ, ເຂົ້າໃຈໄວ ແລະ ມ່ວນຊື່ນ 

ທ້າວ ຕຸລີ
ນັກຮຽນ ພາສາອັງກິດ ຫ້ອງ EEC
    

 ຂ້ອຍມັກຮຽນນຳສູນ ເອພຼັດສ ເພາະວ່າ ຄູສອນເກັ່ງ ແລະ ເອົາໃຈນັກຮຽນ. 

ທ້າວ ບຸນທັນ
ນັກຮຽນ ພາສາອັງກິດ ຫ້ອງ AEC
   

 ຂ້ອຍໄດ້ຮຽນການສ້າງເວັບໄຊຟຣີຈາກສູນເອພຼັດສ.. ມີເວັບໄຊຄອມຄອງເປັນຂອງສ່ວນຕົວ, ມັນຊ່ວຍໃຫ້ໂລກຮູ້ວ່າທຸລະກິດຂອງຂ້ອຍແມ່ນຫຍັງ ແລະ ແກ້ໄຂຄວາມຕ້ອງການພວກເຂົາແນວໃດ... ມັນດີ ແລະ ສາມາດເພີ້້ມຍອດຂາຍຢ່າງມະຫັດສະຈັນ ຖ້າທຽບໃສ່ຄ່າດໍແມນ ແລະ ຮັອດຕິງເລັກນ້ອຍໆນັ້ນ.... 

ບໍບອກຊື່
ບຸກຄົນທີ່ຮຽນສ້າງເວັບໄຊ ແລະ ຮັອດຕິງເວັບໄຊ
     

ການບໍລິຈາກຄືການສ້າງບຸນກຸສົນ

ขออภัย การลงทะเบียนสิ้นสุดแล้ว

ກິດຈະກຳເປີດສົກຮຽນໃໝ່ປະຈຳປີ 2019-2020 ສູນພັດທະນາການສຶກສາ ເອພູັສອີດູລແຄະເດີມີ (A+EdULAcademy) ຂໍເປັນສ່ວນໜຶ່ງໃນການພັດທະນາ ແລະ ສົ່ງເສີມການສຶກສາໃຫ້ເດັກນ້ອຍລາວ ໂດຍການບໍລິຈາກອຸປະກອນການຮຽນ-ການສອນ ເຊັ່ນ: ບິກ, ສໍ, ປື້ມ ໃຫ້ນັກຮຽນປະຖົມສົມບູນ ບ້ານ ພູເຫຼັກຈະເລີນ ນະຄອນຫຼວງພະບາງ.อ่านเพิ่มเติม


  • วันที่:09/30/2019 08:00 - 05/30/2019 16:00
  • ทำเลที่ตั้ง LuangPrabang (แผนที่)
  • ข้อมูลเพิ่มเติม:ໂຮງຮຽນປະຖົມສົມບູນພູເຫຼັກຈະເລີນ, ນະຄອນຫຼວງພະບາງ


ສອນໄປພ້ອມກັບການຮຽນ

ອາຈານສອນອອກແບບກາລາຟິກດີໄຊ (Graphic Designed)

ສູນການສຶກສາ A+EdULAcademy ພູເຫຼັກຈະເລີນ, ນະຄອນຫຼວງພະບາງ - A+COM0001
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາເປີດຮັບສະໝັກພະນັກງານຄູສອນ ວິຊາອອກແບບກາລາຟິກດີໄຊ ເພື່ອມາສອນ ແລະ ເຜີ່ຍແຜ່ຄວາມຮູ້ໃຫ້ນັກຮຽນ.
ມາເປັນຄອບຄົວດຽວກັນກັບພວກເຮົາ, ພວກເຮົາໃຫ້ຫຼາຍກວ່າຄຳກວ່າວຽກເສີມ,  ມາສອນນຳພວກເຮົາ, ມາຮຽນ ແລະ ພັດທະນານຳພວກເຮົາ.
ເງືອນໄຊທີ່ຕ້ອງການ:
ດ້ານວິຊາການ: 
1. ຕ້ອງເກັ່ງ ແລະ ສາມາດອອກແບບງານກາລາຟິກດີໄຊຢ່າງມີອາຊີບໄດ້ ໂດຍສະພະເພາະໃຊ້ໂປຣແກມ Illustrator, Photoshop CS6 ແລະ Corel Draw X7.
2. ສາມາດສ້າງຫຼັກສູດໄດ້ ແລະ ສອນໃຫ້ນັກຮຽນເຂົ້າໃຈໄດ້.

ດ້ານບຸກຄະລິກ: 
1. ທ່ານຕ້ອງມີພາຫະນາທ່ຽວມາສອນເອງ.
2. ມີຄອມພິວເຕີສ່ວນຕົວເພື່ອງ່າຍໃນການກະກຽມບົດສອນ.
3. ເປັນຄົນທີ່ມັກນັກຮຽນ ແລະ ມັກການໃຫ້ ຫຼື ຊ່ວຍເຫຼືອຜູ້ອື່ນ.
4. ເປັນຄົນທີ່ມີລະບຽບວິໄນດີ, ຕົງຕໍ່ເວລາ ແລະ ມີເຫດຜົນ.
ໂບນັສ ແລະ ຜົນປະໂຫຍດທີ່ໄດ້ຮັບ:

1. ມີໂບນັສ ປະຈຳປີໃຫ້ອາຈານທຸກຄົນ(ອີງຕາມເງືອນໄຂຂອງສູນພັດທະນາວາງອອກ).
2. ມີງານລ້ຽງປະຈຳປີໃຫ້ຄູອາຈານ.
3. ອາຈານຈະໄດ້ຮັບການຝຶກອົບຮົມໃຫ້ຄູອາຈານທຸກຄົນ.
4. ມີການໄປທັດສະນະ(ອີງຕາມຄວາມສະດວກຂອງຄູອາຈານ).
 ແລະ ອີກຫຼາກຫຼາຍ... 
1. ຄ່າແຮງງານສອນ 1.1/2 ຊົວໂມງລະ 50,000 ກີບ ຫຼື 1,500,000 ຕໍ່ເດືອນ (ແຕ່ທ່ານສອນມື້ລະ 1.30ຊົວໂມງຕໍ່ມື້) ຖ້າທ່ານສອນ ຫຼາຍກວ່ານີ້ ຜົນປະໂຫຍດທີ່ໄດ້ຮັບກໍ່ເພີ້ມຂື້ນຫຼາຍກວ່າ.
ໜ້າທີ່ຮັບຜິດຊອບຂອງອາຈານ:
1. ທຸກຄັ້ງທີ່ມີການສອນ, ທ່ານຕ້ອງມີການແຕ່ງບົດສອນ ແລະ ວາງແຜນການສອນຢ່າງລະອຽດວ່າໃນຫຼັກສູດນີ້ປະກອບມີຫຍັງເດ່? ແລະ ຢາກໃຫ້ນັກຮຽນໄດ້ຫຍັງຫຼັງຈົບຫຼັກສູດ?.
2. ອາຈານສອນຕ້ອງມີຄວາມອົດທົນສູງ ແລະ ມີເຫດຜົນໃນທາງບວກ ບໍ່ວ່າເວລາສອນ ຫຼື ຫຼັງການສອນ.
3. ມີການປະເມີນນັກຮຽນກ່ອນເຂົ້້າຮຽນ, ຫຼັງເຂົ້າຮຽນຫຼັກສູດເພື່ອປະເມີນຜົນການຮຽນຂອງນັກຮຽນ.
4. ມີການກວດກາວ່ານັກຮຽນມາ, ຂາດ ມີເຫດຜົນ ຫຼື ບໍ່ມີເຫດຜົນ.
5. ສົ່ງຜົນປະເມີນໃຫ້ວິຊາການສູນ ໃຫ້ທັນເວລາທີ່ກຳນົດໄວ້.
6. ນຳສະເໜີຈຸດທີ່ພົບພໍ້ໃນການສອນໃຫ້ແກ່ສູນເພື່ອຊອກຫາວິທີແກ້ໄຂຢ່າງເລັ່ງດ່ວນ.

ແລະ ໜ້າວຽກອື່ນໆທີ່ສູນກຳນົດໃຫ້. 
สมัครเลย

ເປີດຮັບສະໝັກພະນັກງານຄູສອນ ວິຊາພາສາອັງກິດທົ່ວໄປ

ສູນພັດທະນາການສຶກສາ A+EdULAcademy-ພູເຫຼັກຈະເລີນ ຫຼວງພະບາງ - A+ENG0001
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາເປີດຮັບສະໝັກພະນັກງານຄູສອນ ວິຊາພາສາອັງກິດທົ່ວໄປ  ເພື່ອມາສອນ ແລະ ເຜີ່ຍແຜ່ຄວາມຮູ້ໃຫ້ນັກຮຽນ(ໃນລະດັບກາງ-ສູງ)
ມາເປັນຄອບຄົວດຽວກັນກັບພວກເຮົາ, ພວກເຮົາໃຫ້ຫຼາຍກວ່າຄຳກວ່າວຽກເສີມ, ມາສອນນຳພວກເຮົາ, ມາຮຽນ ແລະ ພັດທະນານຳພວກເຮົາ.
ເງືອນໄຂຕ້ອງການ:
ດ້ານວິຊາສະເພາະ:
1. ຕ້ອງຈົບວິຊາພາສາອັງກິດ(ຄູສອນ ຫຼື ທົ່ວໄປ) ໃນຕ່າງປະເທດເຊັ່ນ: ອົດສຕາລີ, ການາດ, ອັງກິດ, ນີວຊີແລນ ຫຼື ອາເມລີກາ.
2. ເກັ່ງ ແລະ ສຶ່ສານພາສາອັງກິດໄດ້ເປັນຢ່າງດີ.

ດ້ານບຸກຄະລິກ:
1. ມັກໃນການສອນ ແລະ ຊ່ວຍເຫຼືອຜູ້ອື່ນ.
2. ເປັນຄົນຕົງເວລາ, ນິດໄສດີ ແລະ ມີເຫດຜົນ.
3. ເປັນຄົນທີ່ມີຄວາມພ້ອມສະເໝີ.

ນອກຈາກການສອນ ແລະ ຜົນປະໂຫຍດໄດ້ຮັບ, ພວກເຮົາຍັງໃຫ້ທ່ານເຂົ້າຮ່ວມ:
1. ງານຕ່າງໆປະຈຳປີຂອງສູນ,
2. ມີໂບນັສະຈຳປີ.
ແລະ ອື່ນໆ ທີ່ສູນກຳນົດໃຫ້.
ຜົນປະໂຫຍດທີ່ຈະໄດ້ຮັບ:
1. ໄດ້ຮັບຄ່າແຮງງານຊົວໂມງລະ 50,000 ກີບ, ສອນຊຸດລະ 1,30ນາທີຕ້ອງຊຸດ. ຖ້າສອນຫຼາຍຊຸດທ່ານກໍ່ໄກ້ຮັບຜົນປະໂຫຍດຫຼາຍກວ່ານີ້.
2. ຟຣີການເຝິກອົບຮົມຕ່າງໆທີ່ສູນກຳນົດໃຫ້.
ແລະ ໂບນັສອື່ນໆທີ່ສູນກຳນົດໃຫ້.

ໜ້າທີ່ຮັບຜິດຊອບຂອງອາຈານສອນ:
1. ຕ້ອງກຽມແຜນການສອນ ແລະ ໄປຕາມຕຳລາທີ່ສູນກຳນົດໃຫ້.
2. ມີຄວາມພ້ອມໃນການສອນກ່ອນຂື້ນຫ້ອງສອນ.
3. ສອນດ້ວຍໃຈເໝືອນກັບວ່ານັກຮຽນຄືລູກຂອງຕົນ ຫຼື ເຮົາແມ່ນພໍ່ແມ່ຜູ້ທີ່2ຂອງນັກຮຽນ.
4. ມີການກວດກາການຂື້ນຫ້ອງຫ-ລົງຫ້ອງຂອງນັກຮຽນທຸກມື້.
5. ມີການປະເມີນຜົນການຮຽນປະຈຳປະຈຳ ແລະ ສົ່ງໃຫ້ວິຊາການສູນ.
6. ເຂົ້າຮ່ວມງານ ແລະ ກິດຈະກຳຕ່າງໆທີ່ສຸດກຳນົດໃຫ້.
 ແລະ 7. ເປີດອົກເປີດໃຈໃນການສົນທະຍາແລກປ່ຽນເພື່ອພັດທະນາສູນ, ຫຼັກສູດ ກໍ່ຄືແກ້ໄຂບັນຫາຕ່າງໆທີ່ເກີດຂື້ນ ຫຼື ອາດຈະເກີດຂື້ນໃນອານະຄົດ.
สมัครเลย

ເປີດຮັບສະໝັກພະນັກງານຄູສອນ ວິຊາ ອອກແບບອາຄານ ແລະ ຂົວທາງ

ສູນພັດທະນາການສຶກສາ A+EdULAcademy-ພູເຫຼັກຈະເລີນ ຫຼວງພະບາງ - A+COM0002
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາເປີດຮັບສະໝັກພະນັກງານຄູສອນ ວິຊາ ອອກແບບອາຄານ ແລະ ຂົວທາງ  ເພື່ອມາສອນ ແລະ ເຜີ່ຍແຜ່ຄວາມຮູ້ໃຫ້ນັກຮຽນ.
ມາເປັນຄອບຄົວດຽວກັນກັບພວກເຮົາ, ພວກເຮົາໃຫ້ຫຼາຍກວ່າຄຳກວ່າວຽກເສີມ, ມາສອນນຳພວກເຮົາ, ມາຮຽນ ແລະ ພັດທະນານຳພວກເຮົາ.
ເງືອນໄຂຕ້ອງການ:
ດ້ານວິຊາສະເພາະ:
1. ຕ້ອງຈົບວິຊາຄອມພິວເຕີສາດ ຫຼື ສາຍທີ່ກ່ຽວຂ້ອງ ແລະ ເກັ່ງອອກແບບໂຄງການສ້າງອາຄານ ແລະ ຂົວທາງຢ່າງມືອາຊີບ.
2. ສາມາດນຳໃຊ້ ໂປຣແກມ: AutoCAD, 3DMAX, AutoDESK, KetchUP ແລະ ວິຊາທີ່ກ່ຽວຂ້ອງກັບການອອກແບບ. 

ດ້ານບຸກຄະລິກ:
1. ມັກໃນການສອນ ແລະ ຊ່ວຍເຫຼືອຜູ້ອື່ນ.
2. ເປັນຄົນຕົງເວລາ, ນິດໄສດີ ແລະ ມີເຫດຜົນ.
3. ເປັນຄົນທີ່ມີຄວາມພ້ອມສະເໝີ.
ນອກຈາກການສອນ ແລະ ຜົນປະໂຫຍດໄດ້ຮັບ, ພວກເຮົາຍັງໃຫ້ທ່ານເຂົ້າຮ່ວມ:
1. ງານຕ່າງໆປະຈຳປີຂອງສູນ,
2. ມີໂບນັສະຈຳປີ.
ແລະ ອື່ນໆ ທີ່ສູນກຳນົດໃຫ້.
ຜົນປະໂຫຍດທີ່ຈະໄດ້ຮັບ:
1. ໄດ້ຮັບຄ່າແຮງງານຊົວໂມງລະ 50,000 ກີບ, ສອນຊຸດລະ 1,30ນາທີຕ້ອງຊຸດ. ຖ້າສອນຫຼາຍຊຸດທ່ານກໍ່ໄກ້ຮັບຜົນປະໂຫຍດຫຼາຍກວ່ານີ້.
2. ຟຣີການເຝິກອົບຮົມຕ່າງໆທີ່ສູນກຳນົດໃຫ້.
ແລະ ໂບນັສອື່ນໆທີ່ສູນກຳນົດໃຫ້.
ໜ້າທີ່ຮັບຜິດຊອບຂອງອາຈານສອນ:
1. ຕ້ອງກຽມແຜນການສອນ ແລະ ໄປຕາມຕຳລາທີ່ສູນກຳນົດໃຫ້.
2. ມີຄວາມພ້ອມໃນການສອນກ່ອນຂື້ນຫ້ອງສອນ.
3. ສອນດ້ວຍໃຈເໝືອນກັບວ່ານັກຮຽນຄືລູກຂອງຕົນ ຫຼື ເຮົາແມ່ນພໍ່ແມ່ຜູ້ທີ່2ຂອງນັກຮຽນ.
4. ມີການກວດກາການຂື້ນຫ້ອງຫ-ລົງຫ້ອງຂອງນັກຮຽນທຸກມື້.
5. ມີການປະເມີນຜົນການຮຽນປະຈຳປະຈຳ ແລະ ສົ່ງໃຫ້ວິຊາການສູນ.
6. ເຂົ້າຮ່ວມງານ ແລະ ກິດຈະກຳຕ່າງໆທີ່ສຸດກຳນົດໃຫ້.
ແລະ 7. ເປີດອົກເປີດໃຈໃນການສົນທະຍາແລກປ່ຽນເພື່ອພັດທະນາສູນ, ຫຼັກສູດ ກໍ່ຄືແກ້ໄຂບັນຫາຕ່າງໆທີ່ເກີດຂື້ນ ຫຼື ອາດຈະເກີດຂື້ນໃນອານະຄົດ.
สมัครเลย

ຮັບສະໝັກພະນັກງານສ້ອມແປງຄອມພິວເຕີ

A+EdULAcademy ພູເຫຼັກຈະເລີນ - A+COM0003
ລາຍລະອຽດຂອງໜ້າວຽກ:
A+EdULAcademy ກຳລັງເປີດຮັບພະນັກງານ (Freelance) ເພື່ອສ້ອມແປງຄອມພິວເຕີຂອງສູນ ແລະ ຂອງລູກຄ້າປະຈຳສູນ. ພະນັກງານບໍ່ຈຳເປັນຕ້ອງມາປະຈຳສູນກໍ່ໄດ້ (ອີງຕາມເງືອນໄຂຂອງສູນກຳນົດໃຫ້).

ຄວາມຕ້ອງການ:
ວຸດທິການສຶກສາ:
  • ຈົບສາຍຄອມພິວສາດ ແລະ ຫຼື ສາຍທີ່ກ່ຽວຂ້ອງ.
  • ສາມາດສ້ອມແປງຄອມພິວເຕີທັງ ໂນດບຸກ ແລະ ຕັ້ງໂຕະໄດ້ເປັນຢ່າງ ໂດຍສະເພາະ: Hardware & SoftWare 
  • ເປັນຄົນທີ່ມີການຕັດສິນໃຈສູງ ແລະ ມີເຫດຜົນໃນການແກ້ໄຂບັນຫາຕ່າງໆໄດ້.
  • ຮັກ ແລະ ມັກອາຊີບສ້ອມແປງຄອມພິວເຕີ.
  • ມີຄວາມຫ້າວຫັນ ແລະ ສາມາດເຮັດລ້ອນໜ້າທີ່ທີ່ມອບໝາຍໃຫ້ຕາມກຳນົດເວລາ.
  • ມີປະສົບການສ້ອມແປງຜ່ານມາກໍ່ຍິງເປັນການດິ.
  • ມີເຄື່ອງມີສ້ອມແປງກໍ່ຍິງເປັນການດີ.
  • ມີນິດໃສໃຈຄໍດີ ແລະ ມີພາວະເປັນຜູ້ນຳ
ພວກເຮົາມີໂບນັດສ ໃຫ້ຕາມທີ່ສູນກຳນົດໃຫ້
ພວກເຮົາມີກຳນົດຜົນປະໂຫຍດ ຫຼື ເງືອນແຮງງານໃຫ້ເປັນ 2 ແບບ(ທ່ານສາມາດເລືອກແບບທີ່ຕ້ອງການ ເວລາສຳພາດ).
ແບບທີ່1:
ຮັບເງິນຄ່າແຮງງານ ເປັນເດືອນ : ເດືອນ 1,110,000 ກີບຕໍ່ເດືອນ +ໂບນັດສອື່ນ(ທີ່ໄດ້ກຳນົດ)
ຈຸດດີ: ເປັນເງິນແຮງງານທີ່ບໍ່ມີຄວາມສ່ຽງຫຍັງ ແລະ ໄດ້ຮັບພາຍໃນທ້າຍເດືອນໃນທຸກເດືອນ.
ຈຸດເສຍ: ທ່ານຕ້ອງມາປະຈຳທີ່ສູນແຕ່ເວລາ 8.30 ເຊົ້າ - 4.30 ແລງວັນຈັນ - ຫາ ວັນສຸກ.
ແບບທີ່2:
ຖ້າມີວຽກສ້ອມແປງ ຫຼື ຄອມພິວເຕີສູນມີບັນຫາ, ທາງສູນຈະຕິດຕໍ່ຫາເພື່ອມາສ້ອມທີ່ສູນ ແລະ ໄດ້ຮັບຄ່າແຮງງານ (ອີງຕາມຕົວຈີງ).
ຕົວຢ່າງ: ລົງວີ້ນໂດ໋ ເຄື່ອງລະ 35,000 ກີບ ເປັນຕົ້ນ.
ຈຸດດີ: ທ່ານສາມາດໄປເຮັດວຽກສ່ວນຕົວ ຫຼື ວຽກປະຈຳຂອງທ່ານໄດ້ ພຽງແຕ່ຫາເວລາຫວ້າງມາສ້ອມແປງຄອມທາງສູນກໍ່ພໍ.
ຈຸດເສຍ: ທ່ານຕ້ອງໝັ້ນໃຈວ່າມີເວລາພຽງພໍໃຫ້ສູນກໍລະນີມີລູກຄ້າຕ້ອງການໃຊ້ບໍລິການເປັນຈຳນວນຫຼາຍ ແລະ ລາຍໄດ້ຂື້ນກັບການໃຊ້ບໍລິການຂອງລູກຄ້າ. ໝາຍຄວາມວ່າ, ອາດຈະໄດ້ຮັບຄ່າແຮງງານຫຼາຍກວ່າ ຫຼື ໜ້ອຍກວ່າ ແບບທີ່1.



ໜ້າທີ່ຮັບຜິດຊອບ:
1. ກວດເຊັກ ແລະ ບົງມະຕິພະຍາດ ຄອມຂອງສູນ ແລະ ຂອງລູກຄ້າປະຈຳສູນ.
2. ສ້ອມແປງ ຫຼື ປ່ຽນອາໄຫຼຄອມຄອມທັງປະເພດ ຄອມໂນດບຸກ ແລະ ຕັ້ງໂຕະ.
3. ຮັບປະກັນຄວາມລະອຽດ, ຄວາມຖືກຕ້ອງ ແລະ ຄຸນນະພາບ ຂອງການສ້ອມແປງ.
4. ພົວພັນກັບວິຊາການ ຫຼື ເຈົ້າຂອງສູນທຸກຄັ້ງໄດ້ບົງມະຕິພະຍາດ - ການລົງມືສ້ອມແປງ ແລະ ຫຼັງຈາກທີ່ສ້ອມແປງສຳເລັດ.
5. ລາຍງານຄວາມຄຶບໜ້າ ແລະ ບັນຫາທີ່ເກີດຂື້ນ ແລະ ຈະເກີດຂື້ນໃນອະນາຄົດ (ຖ້າມີ).
สมัครเลย

ຮັບສະໝັກຄູສອນພາສາເກົາຫຼີ

A+EdULAcademy ພູເຫຼັກຈະເລີນ - A+KOR0001
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາເປີດຮັບສະໝັກພະນັກງານຄູສອນ ວິຊາ: ພາສາເກົາຫຼີ ເພື່ອມາສອນ ແລະ ເຜີ່ຍແຜ່ຄວາມຮູ້ໃຫ້ນັກຮຽນ (ໃນລະດັບພື້ນຖານ - ກາງ)
ມາເປັນຄອບຄົວດຽວກັນກັບພວກເຮົາ, ພວກເຮົາໃຫ້ຫຼາຍກວ່າຄຳກວ່າວຽກເສີມ, ມາສອນນຳພວກເຮົາ, ມາຮຽນ ແລະ ພັດທະນານຳພວກເຮົາ.
ເງືອນໄຂຕ້ອງການ:
ດ້ານວິຊາສະເພາະ:
1. ຕ້ອງຈົບວິຊາເກົາຫຼີ (ຄູສອນ ຫຼື ທົ່ວໄປ) ໃນຕ່າງປະເທດ: ປະເທດເກົາຫຼີ
2. ເກັ່ງ ແລະ ສຶ່ສານພາສາເກົາຫຼີ ໄດ້ເປັນຢ່າງດີ.

ດ້ານບຸກຄະລິກ:
1. ມັກໃນການສອນ ແລະ ຊ່ວຍເຫຼືອຜູ້ອື່ນ.
2. ເປັນຄົນຕົງເວລາ, ນິດໄສດີ ແລະ ມີເຫດຜົນ.
3. ເປັນຄົນທີ່ມີຄວາມພ້ອມສະເໝີ.
ນອກຈາກການສອນ ແລະ ຜົນປະໂຫຍດໄດ້ຮັບ, ພວກເຮົາຍັງໃຫ້ທ່ານເຂົ້າຮ່ວມ:
1. ງານຕ່າງໆປະຈຳປີຂອງສູນ,
2. ມີໂບນັສະຈຳປີ.
ແລະ ອື່ນໆ ທີ່ສູນກຳນົດໃຫ້.
ຜົນປະໂຫຍດທີ່ຈະໄດ້ຮັບ:
1. ໄດ້ຮັບຄ່າແຮງງານຊົວໂມງລະ 50,000 ກີບ, ສອນຊຸດລະ 1,30 ນາທີຕ້ອງຊຸດ ຫຼື ເທົ່າກັບ 75,000 ກີບ. ຖ້າສອນຫຼາຍຊຸດທ່ານກໍ່ໄກ້ຮັບຜົນປະໂຫຍດຫຼາຍກວ່ານີ້.
2. ຟຣີການເຝິກອົບຮົມຕ່າງໆທີ່ສູນກຳນົດໃຫ້.
ແລະ ໂບນັສອື່ນໆທີ່ສູນກຳນົດໃຫ້.
ໜ້າທີ່ຮັບຜິດຊອບຂອງອາຈານສອນ:
1. ຕ້ອງກຽມແຜນການສອນ ແລະ ໄປຕາມຕຳລາທີ່ສູນກຳນົດໃຫ້.
2. ມີຄວາມພ້ອມໃນການສອນກ່ອນຂື້ນຫ້ອງສອນ.
3. ສອນດ້ວຍໃຈເໝືອນກັບວ່ານັກຮຽນຄືລູກຂອງຕົນ ຫຼື ເຮົາແມ່ນພໍ່ແມ່ຜູ້ທີ່2ຂອງນັກຮຽນ.
4. ມີການກວດກາການຂື້ນຫ້ອງຫ-ລົງຫ້ອງຂອງນັກຮຽນທຸກມື້.
5. ມີການປະເມີນຜົນການຮຽນປະຈຳປະຈຳ ແລະ ສົ່ງໃຫ້ວິຊາການສູນ.
6. ເຂົ້າຮ່ວມງານ ແລະ ກິດຈະກຳຕ່າງໆທີ່ສຸດກຳນົດໃຫ້.
ແລະ 7. ເປີດອົກເປີດໃຈໃນການສົນທະຍາແລກປ່ຽນເພື່ອພັດທະນາສູນ, ຫຼັກສູດ ກໍ່ຄືແກ້ໄຂບັນຫາຕ່າງໆທີ່ເກີດຂື້ນ ຫຼື ອາດຈະເກີດຂື້ນໃນອານະຄົດ.
สมัครเลย

ຮັບສະໝັກພະນັກງານຄູສອນ ວິຊາພາສາຈີນ ທົ່ວໄປ

ສູນພັດທະນາການສຶກສາ A+EdULAcademy-ພູເຫຼັກຈະເລີນ ຫຼວງພະບາງ - A+CHN0001
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາເປີດຮັບສະໝັກພະນັກງານຄູສອນ ວິຊາພາສາຈີນ ທົ່ວໄປ ເພື່ອມາສອນ ແລະ ເຜີ່ຍແຜ່ຄວາມຮູ້ໃຫ້ນັກຮຽນ(ໃນລະດັບກາງ-ສູງ)
ມາເປັນຄອບຄົວດຽວກັນກັບພວກເຮົາ, ພວກເຮົາໃຫ້ຫຼາຍກວ່າຄຳກວ່າວຽກເສີມ, ມາສອນນຳພວກເຮົາ, ມາຮຽນ ແລະ ພັດທະນານຳພວກເຮົາ.
ເງືອນໄຂຕ້ອງການ:
ດ້ານວິຊາສະເພາະ:
1. ຕ້ອງຈົບວິຊາພາສາຈີນ (ຄູສອນ ຫຼື ທົ່ວໄປ) ໃນຕ່າງປະເທດ: ປະເທດຈີນ
2. ເກັ່ງ ແລະ ສຶ່ສານພາສາຈີນໄດ້ເປັນຢ່າງດີ.

ດ້ານບຸກຄະລິກ:
1. ມັກໃນການສອນ ແລະ ຊ່ວຍເຫຼືອຜູ້ອື່ນ.
2. ເປັນຄົນຕົງເວລາ, ນິດໄສດີ ແລະ ມີເຫດຜົນ.
3. ເປັນຄົນທີ່ມີຄວາມພ້ອມສະເໝີ.

ນອກຈາກການສອນ ແລະ ຜົນປະໂຫຍດໄດ້ຮັບ, ພວກເຮົາຍັງໃຫ້ທ່ານເຂົ້າຮ່ວມ:
1. ງານຕ່າງໆປະຈຳປີຂອງສູນ,
2. ມີໂບນັສະຈຳປີ.
ແລະ ອື່ນໆ ທີ່ສູນກຳນົດໃຫ້.
ຜົນປະໂຫຍດທີ່ຈະໄດ້ຮັບ:
1. ໄດ້ຮັບຄ່າແຮງງານຊົວໂມງລະ 50,000 ກີບ, ສອນຊຸດລະ 1,30 ນາທີຕ້ອງຊຸດ. ຖ້າສອນຫຼາຍຊຸດທ່ານກໍ່ໄກ້ຮັບຜົນປະໂຫຍດຫຼາຍກວ່ານີ້.
2. ຟຣີການເຝິກອົບຮົມຕ່າງໆທີ່ສູນກຳນົດໃຫ້.
ແລະ ໂບນັສອື່ນໆທີ່ສູນກຳນົດໃຫ້.
ໜ້າທີ່ຮັບຜິດຊອບຂອງອາຈານສອນ:
1. ຕ້ອງກຽມແຜນການສອນ ແລະ ໄປຕາມຕຳລາທີ່ສູນກຳນົດໃຫ້.
2. ມີຄວາມພ້ອມໃນການສອນກ່ອນຂື້ນຫ້ອງສອນ.
3. ສອນດ້ວຍໃຈເໝືອນກັບວ່ານັກຮຽນຄືລູກຂອງຕົນ ຫຼື ເຮົາແມ່ນພໍ່ແມ່ຜູ້ທີ່2ຂອງນັກຮຽນ.
4. ມີການກວດກາການຂື້ນຫ້ອງຫ-ລົງຫ້ອງຂອງນັກຮຽນທຸກມື້.
5. ມີການປະເມີນຜົນການຮຽນປະຈຳປະຈຳ ແລະ ສົ່ງໃຫ້ວິຊາການສູນ.
6. ເຂົ້າຮ່ວມງານ ແລະ ກິດຈະກຳຕ່າງໆທີ່ສຸດກຳນົດໃຫ້.
ແລະ 7. ເປີດອົກເປີດໃຈໃນການສົນທະຍາແລກປ່ຽນເພື່ອພັດທະນາສູນ, ຫຼັກສູດ ກໍ່ຄືແກ້ໄຂບັນຫາຕ່າງໆທີ່ເກີດຂື້ນ ຫຼື ອາດຈະເກີດຂື້ນໃນອານະຄົດ.



สมัครเลย

ຮັບສະໝັກພະນັກງານບໍລິຫານຫ້ອງການທົ່ວໄປ

ສູນພັດທະນາການສຶກສາ A+EdULAcademy-ພູເຫຼັກຈະເລີນ ຫຼວງພະບາງ - A+ADM0001
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາເປີດຮັບສະໝັກພະນັກງານບໍລິຫານຫ້ອງການທົ່ວໄປເພື່ອມາບໍລິຫານຫ້ອງການປະຈຳສູນພັດທະນາເພື່ອໃຫ້ທຸກຢ່າງສະດວກສະບາຍ ແລະ ລະອຽດ.
ຄວາມຕ້ອງການ ແລະ ເງືອນໄຂ:
1. ຕ້ອງເປັນເພດຍີງ ທີ່ຈົບ ຫຼື ກຳລົງຮຽນສາຍບໍລິຫານທຸລະກິດ.
2. ເປັນຄົນອ່ອນນ້ອມ ແລະ ໜ້າເຊື່ອຖືໄດ້.
3. ເປັນຄົນໃຈເຢັນ ແລະ ມີເຫດຜົນ.
4. ມັກວຽກບໍລິຫານຫ້ອງການ.
5. ເປັນຄົນທີ່ມີພິກໄຫວໃນການບໍລິຫານຫ້ອງການ ແລະ ບໍລິການລູກຄ້າ(ນັກຮຽນ).
6. ມີຄວາມອົດທົນສູງ.
7.ສາມດນຳໃຊ້ຄອມພິວເຕີ Microsoft Office ແລະ Email
8. ມີຄວາມຮູ້ດ້ານພາສາອັງກິດພື້ນຖານ ແລະ ສາມາດໃຫ້ຂໍ້ມູນດ້ານການສຶກສາແກ່ນັກຮຽນໄດ້.
9. ຊ່ວຍຈັດເອກະສານຫ້ອງການ, ໂຄສະນາ, ຈັດຊື້ຈັດຈ້າງ ແລະ ບໍລິຫານກິດຈະກຳຂອງສູນ.
10. ຮັບລົງທະບຽນນັກຮຽນ, ແຈກອຸປະກອນການຮຽນ, ລາຍງານງົບປະມານປະຈຳເດືອນພ້ອມທັງເບີກຈ່າຍຄ່າແຮງງານໃຫ້ພະນັກງານ.
ແລະ 11. ວຽກອື່ນໆທີ່ທາງສູນເປັນຜູ້ກຳນົດໃຫ້.
ນອກຈາກການສອນ ແລະ ຜົນປະໂຫຍດໄດ້ຮັບ, ພວກເຮົາຍັງໃຫ້ທ່ານເຂົ້າຮ່ວມ:
1. ງານຕ່າງໆປະຈຳປີຂອງສູນ,
2. ມີໂບນັສະຈຳປີ.
ແລະ ອື່ນໆ ທີ່ສູນກຳນົດໃຫ້.
ຜົນປະໂຫຍດທີ່ຈະໄດ້ຮັບ:
1. ໄດ້ຮັບຄ່າແຮງງານເດືອນລະ 1,100,000 ກີບ (+ ໂບນັສ ອື່ນໆທີ່ສູນກຳນົດ)
  • ວັນຈັນ - ວັນສຸກ: ປະຈຳການເວລາ: 4.10 - 8.30 ຕອນແລງ 
  • ວັນເສົາອາທິດ: ແລະ 8.00 - 12.00 ຕອນເຊົ້າ  ແລະ 1.00 - 4.30 ຕອນແລງ.                                 
ພິເສດ:
ຟຣີນອິນເຕີເນັດ ແລະ ຟຣີຊາກາເຟ.

ໜ້າທີ່ຮັບຜິດຊອບ:
1. ເປີດສູນ, ອານະໄມ(ເຊັດຄອມ, ໂຕະຕັ່ງ ແລະ ແຕ່ລະຫ້ອງ).
2. ລົງທະບຽນນັກຮຽນ(ໃຫ້ຂໍ້ມູນນັກຮຽນ ແລະ ພໍ່ແມ່ນັກຮຽນ, ເກັບຄ່າຮຽນ ແລະ ແຈກຢາຍເກະສານຮຽນໃຫ້ນັກຮຽນ).
3. ປ້ອນຂໍ້ມູນນັກຮຽນໃນລະບົບຂອງສູນ, ກະກຽມປື້ມກວດການັກຮຽນໃຫ້ຄູສອນປະຈຳວິຊາ.
4. ຈັດຊື້ເຄື່ອງທີ່ສູນກຳນົດໃຫ້ ແລະ ຮັກສາໃບລາຍຮັບ-ລາຍຈ່າຍຢ່າງລະອຽດ.
5.ຈ່າຍຄ່າອື່ນໆຂອງສູນ(ຄ່ານ້ຳ-ໄຟ-ຂີ້ເຫຍື້ອ...)
6. ຕິດປະກາດໂຄສະນາຕ່າງໆພາຍໃນສູນ ແລະ ພາຍໃນເມືອງ(ເຂດທີ່ສູນກຳນົດໃຫ້).
7. ອັບເດດຄວາມຄືບໜ້າຂອງສູນໃນໂລກໂຊຊຽວ ເຊັ່ນ: ເວັບໄຊ ແລະ ເຟສບຸກ.
8. ຊ່ວຍຈັດງານກິດຈະກຳຕ່າງໆຂອງສູນໃນແຕ່ລະເດືອນ.
9. ເປັນຜູ້ເບີ່ກຈ່າຍເງີນແຮງງານປະຈຳເດືອນໃຫ້ພະນັກງານສູນ.
10. ຕ້ອນຮັບ ແລະ ຮັບຕ້ອນແຂກຂອງສູນ ເຊັ່ນ: ພະແນກສຶກສາ, ພາສີອາກອນ ຫຼື ອຳນາດການປົກກຄອງບ້ານ.
11. ແລະ ວຽກອື່ນທີ່ສູນກຳນົດໃຫ້.

สมัครเลย

ຮັບສະໝັກຄົນແປພາສາຕ່າງປະເທດ

ສູນພັດທະນາການສຶກສາ A+EdULAcademy-ພູເຫຼັກຈະເລີນ ຫຼວງພະບາງ - A+TRL0001
ສູນພັດທະນາການສຶກສາ A+EdULAcademy ເປັນສຸນທີ່ສ້າງຕັ້ງຂື້ນໃນນະຄອນຫຼວງພະບາງ ແລະ ມີວັດຖຸປະສົງເພື່ອພັດທະນາການສຶກສາໃຫ້ຄົນລາວໄດ້ມີໂອກາດຮຽນ ແລະ ພັດທະນາທັກສະຕ່າງໆທີ່ຕ້ອງການ ໂດຍສະເພາະ ພັດທະນາດ້ານພາສາອັງກິດ, ພາສາເກົາຫຼີ, ພາສາຈີນ, ພາສາຍິ່ນປຸ່ນ ແລະ ພັດທະນາດ້ານໄອຊີທີ ເຊັ່ນ: ການນຳໃຊ້ Microsoft Office, ການອອກແບບຕ່າງໆ ແລະ ແກ້ໄຂ ແລະ ສ້ອມແປງບັນຫາຄອມພິວເຕີທົ່ວໄປ.

ພວກເຮົາກຳລັງຮັບສະໝັກ ນາຍແປພາສາຕ່າງປະເທດຫຼາຍຄົນ (ພາສາ: ອັງກິດ ແລະ ຈີນ)
ຕ້ອງເປັນຄົນສັນຊາດລາວ ທີ່ມາສາດເວົ້າພາສາລາວ ແລະ ພາສາຕ່າງປະເທດ(ທີ່ສະໝັກ)ໄດ້ດີ.
ເງືອນໄຂຂອງນາຍແປພາສາ:
1. ຕ້ອງຈົບພາສາ (ທີ່ເລືອກສະໝັກ) ແລະ ສາມາດສຶ່ສານໄດ້ເປັນຢ່າງດີ ໂດຍສະເພາະການອ່ານ, ຂຽນ, ຟັງ ແລະ ເວົ້າ.
2. ຕ້ອງຈົບພາຍໃນ ແລະ ຕ່າງປະເທດ.
3. ມີປະສົບການການແປຜ່ານມາຍິງເປັນການດີ.
4. ມີຄວາມອົດທົນ, ລະອຽດ, ປະຕິບັດລະບຽບໄດ້ດີ.
5. ມີຄວາມເປັນຊຽວຊານ ແລະ ເປັນຜູ້ນຳ.

ໂບນັສ:
ແປຫຼາຍໄດ້ຫຼາຍ
ຜົນປະໂຫຍດທີ່ໄດ້ຮັບ:
1. ແປພາສາອັງກິດ ຫຼື ພາສາຈີນ ໜ້າລະ 50,000 ກີບ, ຍິງແປຫຼາຍຍິງມີໂອກາດຫຼາຍ.
ຫຼັງແປແລ້ວ ລໍຖ້າຮັບເອກະສານຄອມເມັ້ນ ແລະ ປັບປຸງ, ຈາກນັ້ນທ່ານສາມາດຮ້ອງຂໍເອກະສານແປຊຸດໃໝ່ໄດ້. 
ຄວາມຮັບຜິດຊອບຫຼັກ:
1. ແປເອກະສານຈາກພາສາອັງກິດ ຫຼື ພາສາຈີນເປັນພາສາລາວ, ຫຼື ພາສາລາວ ເປັນພາສາອັງກິດ ແລະ ພາສາຈີນ.
2. ກວດແກ້ບົດແປໃຫ້ລະອຽດ ແລະ ຖືກຕ້ອງ ໂດຍສະເພາະການນຳໃຊ້ຄຳສັບ, ປະໂຫຍກ, ສຳນວນ ຫຼື ວະລີໃຫ້ຖືກຕ້ອງຕາມເນື້ອຫາ ໂດຍບໍແມ່ນເຄື່ອງຈັກ ຫຼື ແປຜ່ານ Google Translation ຫຼື ແອັບແປພາສາ ເພາະມັນຈະມິຄວາມຜິດດ່ຽງຈາກພາສາເດີມ (Original).
3. ສາມາດເອົາວັດຈະນານຸກົມທີ່ໜ້າເຊື້ອຖືມາຊ່ວຍແປ ບາງຄຳສັບ ຫຼື ປະໂຫຍກແຕ່ຕ້ອງໝັ້ນໃຈວ່າຍັງຮັກສາຄວາມໝາຍເດີມໄດ້.
4. ຫຼັງຈາກແປແລ້ວ, ສົ່ງຟາຍແປໃຫ້ຜູ້ຮັບຜິດຊອບ ແລະ ລາວຈະສົ່ງຕໍ່ໃຫ້ຜູ້ກວດແກ້ (Proofreader) ແລະລາວຈະມີຄອມເມັ້ນ ແລະ ສົ່ງກັບມາຫາທ່ານເພື່ອແກ້ໄຂຟາຍ ຫຼື ບົດແປຂອງທ່ານ. ໃຫ້ຕິດຕາມ ແລະ ເຮັດຕາມຄຳແນະນຳຂອງລາວ. 
5. ໃຫ້ແປໃຫ້ສຳເລັດຕາມກຳນົດທີ່ມອບໝາຍໃຫ້(ຊ້າບໍ່ໄດ້) ແລະ ຕ້ອງກວດຄຸນນະພາບກ່ອນສົ່ງຟາຍແປນັ້ນ.

สมัครเลย

ລົງທະບຽນໃນຟອມນີ້ພວກເຮົາຈະອັບເດດໃຫ້ທ່ານ

  • ສູນການສຶກສາ ເອພຼັສອີດູລາແຄະເດີມີ (A+EdULacademy) ຕັ້ງຢູ່ ບ້ານ ພູເຫຼັກຈະເລີນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂທລະສັບແລະ ແອັບ: 020 2930 6068 ອີເມລ: apluslictc@gmail.com ເວັບໄຊ: https://apluslictcenter.site123.me/

I BUILT MY SITE FOR FREE USING